12/06/2026
ໂຮງຮຽນ ປາດຖະໜາ ຂໍສະແດງຄວາມຂອບອົກຂອບໃຈຢ່າງສຸດຊຶ້ງ ມາຍັງຄູອາສາສະໝັກຈາກປະເທດຍີ່ປຸ່ນ ທັງສອງທ່ານ ຄື:
🌸 Mr. Zengo Matayoshi
🌸 Ms. Miyuki Sugiyama
ທີ່ໄດ້ໃຫ້ກຽດມາຮ່ວມແບ່ງປັນຄວາມຮູ້, ປະສົບການ, ແລະ ມອບຄວາມຮັກຄວາມຜູກພັນອັນອົບອຸ່ນໃຫ້ແກ່ລູກຫຼານນັກຮຽນຂອງພວກເຮົາ. ການມາຂອງພວກທ່ານບໍ່ພຽງແຕ່ເປັນການສິດສອນດ້ານວິຊາການເທົ່ານັ້ນ, ແຕ່ຍັງເປັນການເປີດໂລກກະທັດ ແລະ ສ້າງແຮງບັນດານໃຈທີ່ຍິ່ງໃຫຍ່ໃຫ້ແກ່ພວກນ້ອງໆນັກຮຽນ.
ທຸກຮອຍຍິ້ມ ແລະ ທຸກຊ່ວງເວລາທີ່ພວກທ່ານໄດ້ໃຊ້ຮ່ວມກັບນັກຮຽນ ຈະກາຍເປັນຄວາມຊົງຈຳທີ່ດີທີ່ສຸດຕະຫຼອດໄປ. ພວກເຮົາຂໍອວຍພອນໃຫ້ທ່ານທັງສອງປະສົບແຕ່ຄວາມສຸກ, ຄວາມຈະເລີນ ແລະ ຫວັງຢ່າງຍິ່ງວ່າພວກເຮົາຈະໄດ້ມີໂອກາດຕ້ອນຮັບພວກທ່ານອີກໃນອະນາຄົດ. 🙏✨
——————————————
Pathana School would like to express our deepest gratitude to our wonderful volunteers from Japan:
🌸 Mr. Zengo Matayoshi
🌸 Ms. Miyuki Sugiyama
Thank you for your time, your dedication, and for sharing your knowledge and kindness with our students. Your presence has not only enriched their education but has also inspired them in ways that will last a lifetime.
Every smile and every moment you spent with our students will be cherished as beautiful memories. We wish you both all the very best in your future endeavors, and we truly hope to welcome you back again someday. 🙏✨
--------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 55212757
11/06/2026
🎉🎉ຂໍສະແດງຄວາມຊົມເຊີຍກັບນ້ອງນັກຮຽນໂຮງຮຽນປາດຖະໜາຂອງພວກເຮົາ "ທ້າວ ສີສຸກ ບຸນລີວົງ ນັກຮຽນຊັ້ນ ມ.7 " ທີ່ໄດ້ມີໂອກາດເຂົ້າຮ່ວມເປັນ ຜູ້ອະພິປາຍ ຫລື Panelist ໄວຫນຸ່ມຈາກ ສ.ປ.ປ.ລາວ ພຽງຄົນດຽວເທິງເວທີ ອອນລາຍ(online) ລະດັບສາກົນຂອງ WHO FCTC ໃນວັນທີ 26/05/2026 ທີ່ຜ່ານມາ ເພື່ອຫາລືສະແດງຄວາມຄິດເຫັນໃນຖານະເຍົາວະຊົນຄົນຮຸ່ນໃຫມ່ທີ່ມີສ່ວນຮ່ວມໃນການຂັບເຄື່ອນຄວາມເປັນໄປຂອງໂລກພາຍໃຕ້ຫົວຂໍ້: “The Digital Predator: To***co Industry is using AI to Hook Tomorrow’s Smokers” ຫລື “ ນັກລ່າດິຈິຕອລ: ອຸດສາຫະກຳຢາສູບກຳລັງໃຊ້ AI ເພື່ອດຶງດູດຜູ້ສູບໃນອະນາຄົດ” ເພື່ອເປັນການຕອນຮັບວັນງົດສູບຢາໂລກ World No To***co Day 2026 🌏🚭 ແລະ ເປັນແນວທາງການແກ້ໄຂບັນຫາພ້ອມທັງເປີດເຜີຍ ທຸກກົນລະຍຸດການຫຼອກລວງຂອງອຸດສາຫະກຳຢາສູບ.👏🏻👏🏻
--------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 55212757
10/06/2026
🎉🎉 ຂໍສະແດງຄວາມຍິນດີນຳນັກຮຽນຊັ້ນ ມ7 ສົກຮຽນ 2025-2026 ຂອງໂຮງຮຽນປາດຖະໜາ ຈຳນວນ 2 ນ້ອງ ທີ່ໄດ້ຮັບທຶນການສຶກສາຊັ້ນປະລິນຍາຕີ ເພື່ອໄປສຶກສາຕໍ່ທີ່ມະຫາວິທະຍາໄລກຸງເທບ ຫຼື Bangkok University ເຊິ່ງໄດ້ແກ່:
1. ທ້າວ ບຸນຊູ ຄຳພິລາ
✨🎓ໄດ້ຮັບທຶນການສຶກສາ Global Bright Scholarship.
🌐ສຶກສາຕໍ່ຫຼັກສູດ International Program.
🎨ສາຂາ Creative Communication Design.
2. ນາງ ວາລາພອນ ວົງປະດິດ
✨🎓ໄດ້ຮັບທຶນການສຶກສາ ASEAN Network Scholarship.
🇹🇭ສຶກສາຕໍ່ຫຼັກສູດພາສາໄທ.
🎬ຄະນະນິເທດເສດ ສາຂາ Event Production and MICE Management.
ຂໍຂອບໃຈມະຫາວິທະຍາໄລກຸງເທບຢ່າງຍິ່ງທີ່ມອບໂອກາດອັນມີຄຸນຄ່າແບບນີ້ແກ່ນ້ອງນັກຮຽນໂຮງຮຽນປາດຖະໜາ ແລະ ຂໍອວຍພອນໃຫ້ນ້ອງໆຈົ່ງຕັ້ງໃຈສຶກສາເອົາຄວາມຮູ້ ສະສົມປະສົບການ ແລະ ປະສົບຜົນສຳເລັດໃນໜ້າທີ່ການຮຽນໃນບາດກ້າວຕໍ່ໄປເດີ.👏👏
!!ໂອກາດດີໆແບບນີ້ມີທີ່ໂຮງຮຽນປາດຖະໜາເດີ້!!🥰🎉
--------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 55212757
08/06/2026
ພາບບັນຍາກາດ ການລົງມາຢ້ຽມຢາມຂອງໂຮງຮຽນ ເທີນ-ຫີນບູນ ຈຸດປະສົງເພື່ອສ້າງຖອດຖອນບົດຮຽນ ແລະ ແລກປ່ຽນບົດຮຽນນຳທາງໂຮງຮຽນປາດຖະໜາຂອງພວກເຮົາ.
ທາງໂຮງຮຽນຂອງພວກເຮົາຮູ້ສຶກເປັນກຽດ ທີ່ໄດ້ຕ້ອນຮັບຄະນະຄູ-ອາຈານຂອງມາໂຮງຮຽນ ເທີນ-ຫີນບູນ ເພື່ອເປັນການສ້າງຄວາມສາມັກຄີລະຫວ່າງສອງໂຮງຮຽນ,ການມາຢ້ຽມຢາມໃນຄັ້ງນີ້ ບໍ່ພຽງແຕ່ແມ່ນການພົບປະທຳມະດາເທົ່ານັ້ນ, ແຕ່ມັນແມ່ນຂົວຕໍ່ອັນສຳຄັນໃນການແລກປ່ຽນບົດຮຽນ, ປະສົບການດ້ານການຮຽນ-ການສອນ ແລະ ການພັດທະນາບຸກຄະລາກອນຮ່ວມກັນ.
-------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 55212757
06/06/2026
ຂໍສະແດງຄວາມຍິນດີກັບຄວາມສາມາດ ຂອງນ້ອງນັກຮຽນ ໂຮງຮຽນປາດຖະໜາ ວົງ "PNS" ຈຳນວນ 6 ນ້ອງ ທີ່ສາມາດຍາດໄດ້ TOP 5 ໃນການປະກວດແຂ່ງຂັນວົງດົນຕີສະຕິງ ຮຸ່ນອາຍຸ15-30 ປີ ພາຍໃຕ້ຊື່ລາຍການ "VAIDR MUSIC BATTLE GROUND" , "ຄວາມຝັນບໍ່ມີວັນດັບ" ⚡️
ການແຂ່ງຂັນໃນຄັ້ງນີ້ແມ່ນເປັນສ່ວນໜຶ່ງຂອງງານ KIDS EXPO 2026 ເຊິ່ງຈັດຂຶ້ນຢູ່ທີ່ ໄອເຕັກ ຕຶກເກົ່າ (ITECC Exhibition Hall) ເພື່ອຊິງເງິນລາງວັນຊະນະເລີດສູງເຖິງ 8,000,000 ກີບ.
ຂໍຂອບໃຈນ້ອງໆນັກຮຽນທັງ 6 ນ້ອງ, ຄູຝຶກສອນ ແລະ ຜູ້ປົກຄອງທຸກທ່ານທີ່ໃຫ້ການສະໜັບສະໜູນ ແລະ ພັກດັນຄວາມສາມາດຂອງນ້ອງໆ ເຖິງວ່າໃນຄັ້ງນີ້ເຮົາຈະໄປບໍ່ເຖິງຝັນ ແຕ່ເຊື່ອວ່າໃນຂ້າງຫນ້າທີມເຮົາຈະເຮັດໄດ້ຢ່າງແນ່ນອນ🤍🤍
#ໂຮງຮຽນປາດຖະໜາ #ຄວາມຝັນບໍ່ມີວັນດັບ
-------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 55212757
06/06/2026
ພາບບັນຍາກາດຂອງນ້ອງໆນັກຮຽນປາດຖະໜາ ໄດ້ເຂົ້າຮ່ວມຂຶ້ນເວທີສະແດງໂຊ ແລະ ເປີດງານສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຢູ່ທີ່ສູນການຄ້າ ວິວມໍ (Viewmall) ໂດຍຈັດຂຶ້ນໂດຍ: PPP Music Group✨ເຊິ່ງເຕັມໄປດ້ວຍບັນຍາກາດອັນຄຶກຄື້ນ ແລະ ມ່ວນຊື່ນ🥁🎹🌟
-------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 55212757
05/06/2026
ທາງໂຮງຮຽນປາດຖະໜາຂໍສະແດງຄວາມຍິນດີ ກັບນ້ອງ ທະນະກອນ ຫຼວງລາດ ຫ້ອງ ປ.5/2 ທີ່ໄດ້ເຂົ້າຮ່ວມກັນການແຂ່ງຂັນຄະນິດສາດ ແລະ ການແກ້ໂຈດ ຄັ້ງທີ 17 ເຊິ່ງນ້ອງເອງສາມາດຍາດໄດ້ຫຼຽນຄຳໃນການແຂ່ງຂັນໃນຄັ້ງນີ້. ຂໍຊົມເຊີຍ👏👏
Congratulations to Thanakone Luanglath Class P.5/2 on winning the Gold Medal at the 17th ISMO. This is a truly outstanding and remarkable achievement, and we are incredibly proud of your success👏👏
-------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 55212757
03/06/2026
ພາບບັນຍາກາດໂຮງຮຽນປາດຖະໜາ ຮ່ວມພິທິສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃນວັນທີ 01 ມິຖຸນາ 2026 ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 102 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ.
-------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 55212757
03/06/2026
ພາບບັນຍາກາດການແຂ່ງຂັນ ຂອງນ້ອງໆນັກຮຽນໂຮງຮຽນປາດຖະໜາ ທີມ "PNS D-drift" 🕺💃 ທີ່ໄດ້ເຂົ້າຮ່ວມການປະກວດແຂ່ງຂັນ "ບັດສະລົບ-ດິສໂກ້ປະຍຸກ" ໃນງານ Run for our Forest 2026 ທີ່ໄດ້ຈັດຂຶ້ນຢູ່ລານນ້ຳພຸ ນະຄອນຫຼວງວຽງຈັນ ແລະ ນ້ອງນັກຮຽນຂອງພວກເຮົາກໍ ສາມາດຄວ້າ "ລາງວັນຊະນະເລີດ ອັນດັບ 1" 🏆🥇 ມາຄອງໄດ້ ໃນຮຸ່ນອາຍຸ 15-20 ປີ! 🎉👏
ຂໍຂອບໃຈນ້ອງນັກຮຽນທຸກຄົນໃນທີມ, ຄູຝຶກສອນ ແລະ ຜູ້ປົກຄອງທຸກທ່ານ ທີ່ໄດ້ໃຫ້ການສະໜັບສະໜູນ, ຊຸກຍູ້ ແລະ ຢູ່ຄຽງຂ້າງເປັນກຳລັງໃຈໃຫ້ກັບນ້ອງໆຕະຫຼອດມາ ຈຶ່ງເຮັດໃຫ້ເກີດມີຜົນງານອັນດີເດັ່ນໃນຄັ້ງນີ້.🙏
-------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 55212757