Computer Science Department .FNS
ພາກວິຊາ ວິທະຍາສາດຄອມພິວເຕີ, ຄວທ, ມຊ
14/05/2026
📣 ຂໍສະແດງຄວາມຍິນດີ ແລະ ຮ່ວມສົ່ງແຮງເຊຍໃຫ້ກັບທີມຕົວແທນຈາກ ພາກວິຊາວິທະຍາສາດຄອມພິວເຕີ! 🇱🇦✈️🇮🇩
ພາກວິຊາວິທະຍາສາດຄອມພິວເຕີ, ຄະນະວິທະຍາສາດທຳມະຊາດ (ຄວທ), ມະຫາວິທະຍາໄລແຫ່ງຊາດ (ມຊ) ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ສົ່ງຕົວແທນຄູອາຈານ ແລະ ນັກສຶກສາ ເດີນທາງໄປນະຄອນຫຼວງຈາກາຕ້າ, ປະເທດອິນໂດເນເຊຍ ເພື່ອເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ Huawei ICT Competition APAC 2026.
ຄວາມພາກພູມໃຈຄັ້ງນີ້ ນຳໂດຍ:
👨🏫 ປອ. ຄຳຫຼ້າ ນົນອາລິນສະຫວັດ (ອາຈານທີ່ປຶກສາ)
👨💻 ທ. ມັກມີພົນ ໄຊຊະນະ
👨💻 ທ. ເພັດນິນ ພົງຍາລັກ
👨💻 ທ. ສີຣິສັກ ສີປະສົງ
✨ ຜົນງານອັນໂດດເດັ່ນ:
ພວກເຂົາສາມາດຍາດໄດ້ ລາງວັນທີ 3 (Third Prize) ໃນການແຂ່ງຂັນຄັ້ງນີ້ ແລະ ເປັນ "ທີມດຽວຈາກ ສປປ ລາວ" ທີ່ໄດ້ຮັບການຄັດເລືອກໃຫ້ເປັນຕົວແທນໄປປະຊັນຝີມືໃນເວທີລະດັບອາຊີ-ປາຊີຟິກ (APAC) ໃນຄັ້ງນີ້.
ນີ້ບໍ່ແມ່ນພຽງແຕ່ການແຂ່ງຂັນ, ແຕ່ແມ່ນການນຳເອົາຄວາມຮູ້ ແລະ ຄວາມສາມາດຂອງນັກສຶກສາລາວໄປສະແດງໃຫ້ພາກພື້ນໄດ້ເຫັນເຖິງສັກກະຍະພາບດ້ານເຕັກໂນໂລຊີ ICT ຂອງພວກເຮົາ.
ຮ່ວມສົ່ງກຳລັງໃຈໃຫ້ "ທີມ Computer Science NUOL" ຂອງພວກເຮົາ ສ້າງຜົນງານໃຫ້ດີທີ່ສຸດ ແລະ ເດີນທາງໄປ-ກັບ ໂດຍສະຫວັດດີພາບ! 🚀💻
Department
09/05/2026
ຊົມເຊີຍນ້ອງໆນັກສຶກສາທີ່ມີນ້ຳໃຈ, ມີຈິດສາທາລະນະ ແລະ ຄຳນຶງເຖິງສິ່ງແວດລ້ອມ-ຄວາມຈົບງາມຕາມສະຖານທີ່ ຖະໜົນຫົນທາງ ຊ່ວຍໃຫ້ມີຄວາມສະອາດ, ຖືເປັນແບບຢ່າງທີ່ດີ, ເປັນກິດຈະກຳທີ່ຄວນສົ່ງເສີມ, ຊົມເຊີຍອີກຄັ້ງ ແລະ ຂໍເປັນກຳລັງໃຈໃຫ້ນ້ອງໆນັກສຶກສາ ໂດຍສະເພາທີມງານນັກສຶກສາອາສາ.
08/04/2026
🔥🔥🔥ຂ່າວດີ ດ່ວນໆໆ. ຮັບສະໝັກສອບເສັງລັດຖະກອນຄູ ສາຂາ ວິທະຍາສາດຄອມພິວເຕີ, IT ຫຼື ສາຂາທີ່ກ່ຽວຂ້ອງ.
🎯 ປິດຮັບສະໝັກວັນທີ 13/04/2026. ລາຍລະອຽດລຸ່ມນີ້: 👇👇👇
08/04/2026
👏👏👏ຊົມເຊີຍງານພົບປະສິດເກົ່າຄັ້ງທີ1 ຂອງພາກວິຊາວິທະຍາສາດຄອມພິວເຕີ ທີ່ສຳເລັດລົງຢ່າງຈົບງາມ, ທ່າມກາງບັນຍາທີ່ເບີກບານມ່ວນຊື່ນ.
🙏🙏🙏ຂໍສະແດງຄວາມຂອບໃຈມາຍັງສິດເກົ່າທຸກທ່ານທີ່ເຂົ້າຮ່ວມ ແລະ ປະກອບສ່ວນສະໜັບສະໜູນງານໃນຄັ້ງນີ້. ຫວັງຢ່າງຫຍິ່ງວ່າງານພົບປະສິດເກົ່າຄັ້ງຕໍ່ໄປ ບັນດາທ່ານຈະໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມເຊັ່ນເຄີຍ.
31/03/2026
🔥🔥ປິດຮັບສະໝັກມື້ນີ້ແລ້ວເດີ, ຜູ້ທີ່ສົນໃຈສະໝັກດ່ວນ.
📣 ປະກາດ ປະກາດ ໆ ທາງກຸ່ມ ນັກປະດິດ ມ.ຊ (NUOLMaker) 🤖•••• ຂອງພວກເຮົາໄດ້ມີການເປີດຮັບສະມາຊິກໃຫມ່ ເພື່ອເປັນຊ່ອງທາງໃຫ້ນ້ອງໆໄດ້ມີໂອກາດໄດ້ຮ່ວມ ແລະ ເຮັດກິດຈະກຳເພີ່ມຂຶ້ນ.
📝 ເຊິ່ງມີເງື່ອນໄຂໃນການລົງສະໝັກດັ່ງນີ້:
1 ຕ້ອງເປັນນັກສຶກສາຂອງ ຄະນະວິທະຍາສາດທຳມະຊາດ.
2 ຕ້ອງເປັນນັກສຶກສາ (ປີ 1 ຫຼື 2)
3 ມີຄວາມມັກ ແລະ ຮັກໃນການຄົ້ນຄິດປະດິດສ້າງສິ່ງໃໝ່ໆ.
4 ສາມາດເສຍສະຫຼະເວລາມາຮ່ວມກິດຈະກຳຕ່າງໆໄດ້.
5 ມີຄວາມອົດທົນ, ພະຍາຍາມ, ຕັ້ງໃຈ ແລະ ຮັບຜິດຊອບຕໍ່ໜ້າທີ່ວຽກງານ ຂອງຕົນເອງ.
🗓 ສາມາດສະໝັກໄດ້ຕາມລີ້ງລຸ່ມນີ້: ຈົນຮອດວັນທີ 31/03/2026 (ເປິດໃຫ້ລົງສະໝັກແຕ່ມື້ນີ້ເປັນຕົ້ນໄປ )
https://docs.google.com/forms/d/e/1FAIpQLSfOQ5XMqQFfJoMBER7QIUKsFyPy_TN2XiDyzgHeMWk8KqUl4g/viewform
ຂໍຂອບໃຈ 🫶🏻✨
17/03/2026
ຂໍສະແດງຄວາມຍິນດີ ແລະ ຮ່ວມເປັນກຳລັງໃຈໃຫ້ກັບ ປອ. ຄຳຫຼ້າ ພ້ອມດ້ວຍນັກສຶກສາ ທ. ສີຣີສັກ ຈາກພາກວິຊາ ວິທະຍາສາດຄອມພິວເຕີ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ.
ໃນໂອກາດທີ່ໄດ້ເດີນທາງໄປເຂົ້າຮ່ວມການແຂ່ງຂັນ ຮອບຊິງຊະນະເລີດ ໃນລາຍການ Lancang-Mekong Countries Science and Technology Competition 2026.
📍 ງານດັ່ງກ່າວຈັດຂຶ້ນທີ່ ນະຄອນຄູນໝິງ, ສປ ຈີນ.
📅 ລະຫວ່າງວັນທີ 16-19 ມີນາ 2026 ນີ້.
ນີ້ຄືອີກໜຶ່ງບາດກ້າວທີ່ສຳຄັນໃນການສະແດງສັກກະຍະພາບດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຂອງບຸກຄະລາກອນລາວ ເພື່ອແລກປ່ຽນຮຽນຮູ້ກັບກຸ່ມປະເທດໃນລຸ່ມແມ່ນ້ຳຂອງ.
#ຄູນໝິງ2026 #ວິທະຍາສາດແລະເຕັກໂນໂລຊີ
16/03/2026
ເຂົ້າຮ່ວມ workshop ທຳອິດຂອງປີ 2026.
ທີມງານຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມ workshop ໃນຫົວຂໍ້ Deep Learning Applications for Object Detection, ທີ່ຄະນະວິສະວະກຳສາດ, ມະຫາວິທະຍາໄລຂອນແກ່ນ. 14-15/03/2026
02/03/2026
🔥🔥 ນັບຖອຍຫຼັງແລ້ວ ວັນທີ 10/03/2026 ປິດຮັບລົງທະບຽນ.
ຜູ້ທີ່ຈະເຂົ້າຮ່ວມງານພົບປະສິດເກົ່າ. ແມ່ນສາມາດເລີ່ມລົງທະບຽນ ເລີຍເດີເຈົ້າ.
🙏🙏🙏 ຂອບໃຈບັນດາທ່ານທີ່ໃຫ້ຄວາມສົນໃຈ ແລະ ຮ່ວມລົງທະບຽນນຳພວກເຮົາ.
📣📣 ແຈ້ງເຊີນອາດີດນັກສຶກສາພາກວິຊາວິທະຍາສາດຄອມພິວເຕີທຸກສາຂາ, ທຸກລຸ້ນ ເພື່ອເຂົ້າຮ່ວມງານພົບປະສິດເກົ່າຂອງພາກ.
👉 ມື້ຈັດງານ, ວັນທີ 04/04/2026
👉 ລາຍລະອຽດຕາມ poster 👇
Click here to claim your Sponsored Listing.
Location
Category
Telephone
Website
Address
Vientiane
7322
Opening Hours
| Monday | 08:00 - 16:00 |
| Tuesday | 08:00 - 16:00 |
| Wednesday | 08:00 - 16:00 |
| Thursday | 08:00 - 16:00 |
| Friday | 08:00 - 16:00 |